ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສ ເກົາຫຼີ ຈະ​ໃຫ້​ຕ່າງປະເທດ​ເຂົ້າ​ຮ່ວມ​ຕະຫຼາດ​ແລກປ່ຽນ​ເງິນຕາ

     ສຳນັກ​ຂ່າວສານ​ຊິນ​ຮວາ ລາຍ​ງານ​ວັນ​ທີ 26 ກັນຍາ ວ່າ: ກະຊວງ​ເສດຖະກິດ ແລະ ການ​ເງິນ​ຂອງ ສ ເກົາຫຼີ ຈະ​ອະນຸຍາດໃຫ້​ສະ​ຖາ
​ບັນ​ຕ່າງປະເທດ​ທີ່​ຈົດ​ທະບຽນ (RFIs) ເຂົ້າ​ຮ່ວມ​ຕະຫຼາດ​ແລກປ່ຽນ​ເງິນຕາ​ຕ່າງ ປະເທດ ໃນ​ເດືອນ​ໜ້າ, ໂດຍ​ທະນາຄານ ສ ເກົາຫຼີ ຈະ
​ເປັນ​ຜູ້​ຮັບ​ຜີດ​ຊອບກວດ​ສອບສະ​ຖາບັນ​ດັ່ງກ່າວ.

     ກະຊວງ​ກ່ຽວຂ້ອງ​ຂອງ ສ ເກົາຫຼີ ຢືນຢັນ​ຕື່ມ​ວ່າ: ລະບຽບ​ການ​ບັງຄັບ​ໃຊ້​ກ່ຽວ​ກັບ​ເຮັດ​ທຸລະ​ກຳ​ແລກປ່ຽນ​ເງິນຕາ​ຕ່າງປະເທດ ສະບັບ
​ປັບປຸງໄດ້​ຖືກ​ຍື່ນ​ຕໍ່​ກອງປະຊຸມ​ຄະນະ​ລັດຖະມົນຕີ​ແລ້ວ  ເພື່ອ​ຂໍອະນຸຍາດໃຫ້​ກຸ່ມ​ສະ​ຖາ​ບັນ​ດັ່ງກ່າວເຊັ່ນ: ທະນາຄານ ແລະ ບໍລິສັດ​ຫຼັກ​ຊັບ
​ນອກ​ປະເທດ​ເຂົ້າ​ຮ່ວມ ໃນ​ຕະຫຼາດ​ແລກປ່ຽນ​ເງິນຕາ ຕ່າງປະເທດ ລະຫວ່າງ ທະນາຄານ​ໂດຍ​ກົງ ເລີ່ມ​ແຕ່​ວັນ​ທີ 4 ຕຸລາ 2023 ນີ້. ທັງ​ນີ້
ພາຍ​ໃຕ້​ບົດ​ບັນຍັດ​ຊຸດ​ກ່ອນມີ​ການ​ເປີດ​ຕະຫຼາດ​ແລກປ່ຽນ​ເງິນຕາ​ຕ່າງປະເທດ, ທ້ອງຖິ່ນ​ໃຫ້​ສະ​ຖາ​ບັນ​ການ​ເງິນ​ໃນ​ປະເທດ ແລະ ສະ​ຖາ​ບັນ​
ຕ່າງປະເທດ ທີ່​ມີ​ສາຂາ ຢູ່ ສ ເກົາຫຼີ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 02/10/2023